ປະຫວັດຄວາມເປັນມາ

Image
ຄະນະສຶກສາສາດ ຂຽນຫຍໍ້ວ່າ ຄສສ; ຂຽນເປັນພາສາອັງກິດ (Faculty
Of Education)
“FOE” ຄະນະສຶກສາສາດ ແມ່ນກົງຈັກວິຊາການ ໃນໂຄງປະກອບກົງຈັກການຈັດຕັ້ງຂອງມະຫາວິທະຍາໄລສະຫວັນນະເຂດ,
ມີພາລະບົດບາດເປັນເສນາທິການໃຫ້ແກ່ ມະຫາວິທະຍາໄລສະຫວັນນະເຂດ ໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ,
ການຄົ້ນຄວ້າວິທະຍາສາດ,
ການບໍລິການວິຊາການ,ການສ້າງນະວັດຕະກໍາ ແລະ ປະກັນຄຸນນະພາບການສຶກສາໃຫ້ມີປະສິດທິພາບ
ແລະ ປະສິດທິຜົນ.
ໂດຍສະເພາະແລ້ວກໍ່ຄືການສ້າງບຸກຄະລາກອນຄູ
ແລະ ບຸກຄະລາກອນໃນຂະແໜງການສຶກສາໃຫ້ມີຄຸນນະພາບ ເພື່ອຕອບສະໜອງໃຫ້ແກ່ຂະແໜງການສຶກສາ
ໃນການຈັດຕັ້ງປະຕິບັດວຽກງານທາງດ້ານການສຶກສານັ້ນໄດ້ໄປຄຽງຄູ່ກັບການອະນຸລັກ ແລະ ສົ່ງເສີມສີລະປະວັດທະນະທໍາອັນດີງາມຂອງຊາດກໍ່ຄືຂອງປະຊາຊົນລາວບັນດາເຜົ່າ.